ກ່ຽວກັປະເທດອັງກິດ


Welcome to England



ຫໍໂມງ ພະລາຊະວັງເວສມິນສະເຕີ (Clock Tower, Palace of westminster) ຫຼືຮູ້ຈັກກັນດີໃນຊື່ ບິກເບນ(Big Ben) ເປັນຫໍປະຈຳພະລາຊະວັງ ເວສມິນສະເຕີ ເຊິ່ງໃນປະຈຸບັນໃຊ້ເປັນລັດຖະສະພາອັງກິດ ຕັ້ງຢູ່ທິດຕາເວັນ ອອກສຽງເໜືອຂອງພະລາຊະວັງ ຫໍໂມງນີ້ຖຶກສ້າງຫຼັງຈາກ ໄຟໄໝ້ພະລາຊະວັງ ເວສມິນສະເຕີເກົ່າ ເມື່ອວັນທີ່ 16 ຕຸລາ ພ.ສ. 2377 ໂດຍຊາລສ໌ ເເບຣ໌ຣີ ເປັນຜູ້ອອກແບບ ຫໍໂມງ ມີຄວາມສູງ 96.3 ແມັດ ໂດຍທີ່ໂມງນັ້ນສູງຈາກພື້ນ 55 ແມັດ ຕົວອາຄານສ້າງດ້ວຍ ສະຖາປັດຕະຍາກຳສະໄໝສົມເດັດພະລາຊິນີນາດ ວິກຕໍເລຍ (victorian gothic) ຫຼາຍຄົນເຂົ້າໃຈວ່າ ບິກເບນ(Big Ben) ເປັນຊື່ຫໍໂມງປະຈຳລັດຖະສະພາອັງກິດ ແຕ່ແທ້ທີ່ຈິງແລ້ວ ບິກເບນເປັນຊື່ຫຼີ້ນ ຂອງລະຄັງໃບໃຫຍ່ທີ່ສຸດໜັກເຖິງ 13.769 kg ເຊິ່ງແຂວນໄວ້ບໍລິເວນຊ່ອງລົມເໜືອໜ້າປັດຂອງໂມງ ທັງນີ້ມີລະຄັງລວມທັງໝົດ 5 ໃບ ໂດຍ 4ໃບ ບິກເບນຈະຖືກຕີບອກຊົ່ວໂມງຕາມຕົວເລກທີ່ເຂັ້ມສັ້ນຊີ້ເທິງໜ້າປັດໂມງ ຫໍໂມງພະລາຊະວັງ ເວສມິນສເຕີ ເປັນອາຄານທີ່ກໍ່ ດ້ວຍອິດ ບຸດ້ວຍຫີນ ສ່ວນທີ່ສູງຈາກນັ້ນເປັນ ຍອດແຫຼມເຮັດດ້ວຍເຫຼັກທີ່ຫຼອມ ຕົວຫໍທີ່ຕັ້ງຢູ່ພື້ນກວ້າງ 15 ແມັດ ຍາວ15 ແມັດ ໜາ3 ແມັດ ຢູ່ ໃຕ້ດິນເລິກ 7 ແມັດ ຕົວຫໍທັງໜົດໜັກປະມານ 8.667 ຕັນ ໜ້າປັດຫໍທັງ4 ດ້ານສູງຈາກພື້ນ 55 ແມັດ ເນື່ອງຈາກສະພາບດິນໃນຂະນະທີ່ມີການກໍສ້າງຫໍ ເຮັດໃຫ້ຫໍໂມງຄ່ອນຂ້າງເອນໄປທາງທິດຕາເວັນຕົກສຽງເໜືອ ປະມານ 220 mm.
ລອນດອນອາຍຫຼືຮູ້ຈັກກັນໃນຊື່ມິລເລນຽມວີລເປັນຊິງຊ້າສະຫວັນທີ່ສູງທີ່ສຸດໃນທະວີບຢູ່ໂຣບ
ມີຄວາມສູງປະມານໜຶ່ງຮ້ອຍສາມສິບຫ້າແມັດແລະກາຍມາເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ
ຄວາມນິຍົມແລະເປັນຈຸດດຶງດູດນັກທ່ອງທ່ຽວໄດ້ຢ່າງຫຼວງຫຼາຍໃນສາຫາລາຊະອານະຈັກມີຜູ້ມາ
ເຍື່ອຫຼາຍກວ່າ ສາມ ລ້ານຄົນຕໍ່ປິສ່ວນບັດເຂົ້າຊົມສິບຫ້າປອນຣ໌ຕໍ່ຄົນເຊິ່ງໃນອາດີດເຄີຍເປັນຊິງຊ້າ
ຫວັນກໍ່ສ້າງທີ່ສູງທີ່ສຸດໃນໂລກ.ລອນດອນອາຍຕັ້ງຢູ່ທີ່ຝັ່ງສຸດດ້ານຕາເວັນຕົກຂອງສວນຈູບິລີ່ໃນແຄມຝັ່ງຂອງແມ່ນ້ຳເທມສ໌ໃນ
ກຸງລອນດອນສະຫາລາຊະອານາຈັກຕັ້ງຢູ່ລະຫວ່າງຂົວເວສຕ໌ມິນສເຕີຣ໌ກັບຂົວຮັນເກີຟອຣ໌ດໂດຍ
ສະຖານທີ່ແຫ່ງນີ້ເຄຍເປັນທີ່ຕັ້ງຂອງໂດມແຫ່ງການຄົ້ນພົບທີ່ເຄີຍສ້າງຂື້ນເພື່ອໃຊ້ໃນງານນິເທດສະ
ການເຟສສຕິວັລ ອອຟ ບຣິເຕນໃນ ຄ.ສ 1951ອອກແບບແລະສ້າງສັນໂດຍ ດາວິດສ໌ ມາກສ໌ແລະ
ຈູລາຍບາເຟດລອນດອນອາຍນັ້ນຈະມີໄລຍະເວລາການມຸນຕໍ່ຮອບດ້ວຍເງື່ອນໄຂສາມສິບນາທີດ້ວຍ ໄລຍະຄວາມໄວສູນຈຸດເກົ້າກິໂລແມັດຕໍ່ຊົ່ວໂມງເມື່ອຄຳນວນກັບສິ່ງຕ່າງໆຂອງວິວທີ່ສູງຈາກພື້ນຂື້ນ
ໄປນັ້ນນັກທ່ອງທ່ຽວມີເວລາເຫຼືອເຟືອທີ່ຈະເກັບຮູບຕ່າງໆໄດ້ຢ່າງພຽງພໍ.


 ສະໂຕນເຮນເປັນອານຸສອນສະຖານຍຸກກ່ອນປະຫວັດສາດກາງທົງພຽງທີ່ກວ້າງໃຫຍ່ໃນທົ່ງພຽງ
ຊອລສ໌ບຣີໃນບໍລິເວັນຕອນໃຕ້ຂອງເກາະອັງກິດຕົວຂອງອານຸສອນສະຖານປະກອບດ້ວຍແທ່ງຫີນ
ຂະໜາດໃຫຍ່122 ກ້ອນຕັ້ງຮຽງກັນເປັນວົງມົນຊ້ອນກັນສາມວົງແທ່ງຫີນບາງອັນຕັ້ງຂື້ນບາງອັນວາງ ນອນລົງບາງອັນກໍຖຶກວາງຊ້ອນກັນນັກບູຮານຄະດີເຊື່ອວ່າກອງຫີນນີ້ຖຶກສ້າງຂື້ນຈາກເມື່ອປະມານ3000-2000 ປີກ່ອນຄຣິສຕການກ່່າວຄືການຫາອາຍຸຈາກຄາບອນກຳມັນຕັງສີເມື່ອ ພ.ສກ2551ເຜີຍໃຫ້ເຫັນວ່າຫີນກ້ອນທຳອິດຖຶກວາງຕັ້ງ ເມື່ອປະມານ2400-2200 ປີກ່ອນໃນຄະນະທີ່ເສດຖີ່ອື່ນໆລະບຸວ່າກຸ່ມຫີນທີ່ຖືກວາງຕັ້ງມາຕັ້ງແຕ່ກ່ອນໜ້ານີ້ເຖິງ3000ປີກ່ອນ

ຂົວທາວເວີບິດຕັ້ງຢູ່ໃຈກາງກຸງລອນດອນ ປະເທດອັງກິດ ສ້າງຂື້ນໃນລະຫວ່າງ ຄ.ສ. 1886-1896 ເພື່ອເປັນຂົວຂ້າມແມ່ນ້ຳເທມ ຂົວແຫຼ່ງນີ້ຕັ້ງຢູ່ໃກ້ກັບ ຫໍຄອຍແຫຼ່ງລອນດອນເຊິ່ງເປັນທີ່ມາຂອງຊື່ຂົວວ່າ "ທາວເວີບິດ" (Tower bridge) ຫຼືຂົວຫໍຄອຍ ແລະ ກາຍເປັນສັນຍາລັກແຫ່ງໜຶ່ງຂອງກຸງລອນດອນ ຂົວແຫຼ່ງນີ້ປະກອບດ້ວຍຫໍຄອຍ 2 ຫໍເຊິ່ງເຊື່ອມຕໍ່ດ້ວຍກັນ ກັບທາງເດິນຄູ່ຂະໜານດ້ານເທິງ ໂດຍອອກແບບໃຫ້ທົນຕໍ່ແຮງດຶງຕາມແນວນອນ ເຊິ່ງເປັນແຮງໂນ້ມຖ່ວງໃນສ່ວນຂອງຂົວທີ່ແຂວນ ອົງປະກອບ ແນວຕັ້ງຂອງສ່ວນຂົວແຂວນໄວ້ໂດຍຫໍຄອຍ 2ຫໍ ທີ່ມີຄວາມໝັ່ນຄົງສ່ວນແກນໜຸນຂອງຂົວຍົກ ແລະ ເຄື່ອງຈັກຊ່ອນໄວ້ໃນຖານຂອງແຕ່ລະຫໍຄອຍ ຂົວນີ້ເຄຍທາສີແດງ ຂາວ ແລະ ນ້ຳເງີນເພື່ອສະເຫຼີມສະຫຼອງພະລາຊະພິທີ ລັດຊະດາພິກເສກ ຂອງສົມເດັດພະລາຊິນີນາດ ເອລິຊາເບຣທີ່ 2ແຫຼ່ງສະຫາລາຊະອານາຈັກ ໃນ ຄ.ສ. 1977 ໂດຍສີດັ້ງເດີມຄື ສີຟ້າອົມຂຽວ.
   



ไม่มีความคิดเห็น:

แสดงความคิดเห็น