| ມີພົມແດນທາງບົກຕິດຕໍ່ກັບສະກອດສ໌ແລນທາງເໜືອແລະເວລສ໌ທາງຕາເວັນຕົກທະເລໄອເເລນ |
| ທາງທິດຕາເວັນຕົກສຽງເໜືອຕິດກັບທະເລເຄລຕິກທາງຕາເວັນຕົກສຽງໃຕ້ຕິດກັບທະເລເໜືອທາງ |
| ທິດຕາເວັນອອກແລະຊ່ອງແຄບຂອງອັງກິດເຊິ່ງຂັ້ນລະຫວ່າງອັງກິດກັບຢູໂຣບແຜ່ນດິນໃຫຍ່ພື້ນທີ່ |
| ປະເທດອັງກິດສ່ວນໃຫຍ່ຕັ້ງຢູ່ທາງຕອນກາງແລະຕອນໃຕ້ຂອງເກາະບໍລິເວັນໃຫຍ່ໃນມະຫາສະມຸດ |
| ແອຕແລນຕິກເໜືອປະເທດອັງກິດຍັງລວມເຖິງເກາະທີ່ນ້ອຍກວ່າອີກກວ່າຮ້ອຍເກາະເຊັ່ນມູ່ເກາະ |
| ຊິລແລະໄວຕ໌ພູມສັນຖານຂອງປະເທດອັງກິດສ່ວນຫຼາຍປະກອບດ້ວຍເຂົາຕໍ່າແລະທົ່ງພຽງໂດຍສະ |
| ເພາະທາງຕອນກາງແລະຕອນໃຕ້ຂອງອັງກິດຢ່າງໃດກໍຕາມທາງເໜືອແລະທາງຕາເວັນຕົກສຽງໃຕ້ |
| ເປັນທີ່ສູງວິນເຊສເຕີເປັນເມືອງຫຼວງເກົ່າຂອງອັງກິດໄດ້ປ່ຽນມາເປັນລອນດອນໃນ ພ.ສ.(1609) |
| ປະຈຸບັນລອນດອນເປັນເຂດມະຫານະຄອນໃຫຍ່ທີ່ສຸດໃນສະຫາລາຊະອານາຈັກເເລະພື້ນທີ່ເມືອງ |
| ໃຫຍ່ທີ່ສຸດໃນສະຫະພາບຢູໂຣບເມື່ອວັດດ້ວຍເກນສ່ວນໃຫຍ່ປະຊາກອນອັງກິດມີຢູ່ປະມານ 51 |
| ລ້ານຄົນຂອງປະຊາກອນສະຫາລາຊະອານາຈັກແລະສ່ວນໃຫຍ່ອາໃສ່ຢູ່ໃນກຸງລອນດອນພາກຕາ |
| ເວັນອອກສຽງໃຕ້ແລະເຂດເມືອງຂະຫຍາຍໃນພາກມິດແລນພາກຕາເວັນອອກສຽງເໜືອເເລະຍອກ |
| ເຊີເຊິ່ງໄດ້ຮັບການພັດທະນາເປັນພື້ນທີ່ອຸດສາຫະກຳລາຊະອານາຈັກອັງກິດຊຶ່ງຫຼັງຈາກ ພ.ສ 1827 |
| ຮວມ ເວລສ໌ ເຂົ້ໄປດ້ວຍກັນນັ້ນເປັນລັດອະທິປະໄຕຈົນເຖິງວັນທີ 1ພຶດສະພາຄົມ ພ.ສ.2250 |
| ພະລາຊະບັນຍັດສະຫະພາບມີຜົນໃຊ້ບັງຄັບຕາມເງື່ອນໄຂຊຶ່ງຕົກລົງກັນໃນສົນທິສັນຍາສະຫະພາບ |
| ເມື່ອປີກ່ອນ. ຄຳວ່າ ອິງແລນ(EngLand)ມາຈາກຊື່ ອິງລາແລນໝາຍເຖິງ ດິນແດນແຫ່ງແອງເກີລ |
| ຊຶ່ງຊາວແອງເກີລເປັນຊົນເຜົ່າໜຶ່ງໃນບັນດາຊົນເຜົ່າເຍຍລະມັນທີ່ເຂົ້າມາຕັ້ງຖິ່ນຖານໃນດິນແດນນີ້ |
| ຕັ້ງແຕ່ຄາວສະຕະວັດທີ 5-6.
|
ไม่มีความคิดเห็น:
แสดงความคิดเห็น